![]() |
|||
ວັນນີ້ເຮົາຈະມີບົດຄວາມບົດໜຶ່ງມາຝາກໄວ້ໃຫ້ທຸກທ່ານອ່ານ ໃນຫົວຂໍ້ “ຄວາມຈິງເປັນສິ່ງທີ່ບໍ່ຕາຍ ແຕ່ຄົນທີ່ຕາຍ…ເປັນຄົນທີ່ເວົ້າຄວາມຈິງ” |
ຄົນເຮົາທຸກຄົນ ມັກມີໂລກແຫ່ງຄວາມຝັນ ແລະ ໂລກແຫ່ງຄວາມຈິງແຕ່ລະຄົນກໍ່ຝັນບໍ່ຄືກັນ ຢູ່ບ່ອນວ່າຈະຝັນໃກ້ຄວາມຈິງຫຼາຍພຽງໃດບາງຄົນຝັນໄກ ພໍພົບກັບຄວາມຈິງກໍ່ຍອມຮັບມັນບໍ່ໄດ້ ເພາະເຜີ້ຝັນຫຼາຍເກີນໄປຄວາມຈິງເປັນສສິ່ງທີ່ບໍ່ຕາຍ ແລະ ບໍ່ມີວັນຕາຍແຕ່ຕົນທີ່ຕ້ອງຕາຍ ກັບເປັນຄົນທີ່ເວົ້າຄວາມຈິງຫຼາຍກ່ວາຄົນເຮົາທຸກຄົນມັກມີຄວາມຈິງບາງຢ່າງທີ່ບໍ່ຢາກໃຫ້ໃຜຮັບຮູ້ຫຼື ບາງຄັ້ງຕົວເອງກໍ່ບໍ່ຢາກຮັບຮູ້ຄວາມຈິງເລື່ອງນັ້ນເຊັ່ນກັນແລະ ບໍ່ມີໃຜທີ່ຈະຢູ່ກັບຄວາມຈິງໄດ້ຕະຫຼອດເວລາແມ່ນວ່າ ຄວາມຈິງ ຕ້ອງເປັນສິ່ງທີ່ທຸກຄົນຍອມຮັບໃຫ້ໄດ້ແຕ່ບາງຄັ້ງຄວາມຈິງ ມັນກໍ່ທຳລາຍຄວາມສຳພັນບາງຢ່າງໄດ້ເຊັ່ນກັນຖ້າເຮົາບໍ່ໄດ້ຍອມຮັບຄວາມຈິງ ເວົ້າຄວາມຈິງ ແລະ ຄິດເຖິງຄວາມຈິງ ຕັ້ງແຕ່ທຳອິດມົວແຕ່ຫຼອກຄົນອື່ນ ຫຼື ແມ່ນແຕ່ການຫຼອກຕົວເອງວ່າເປັນແບບນັ້ນແບບນີ້ ເປັນແນວນັ້ນ ແນວນີ້ ທັ້ງທີ່ຄວາມຈິງເປັນອີກຢ່າງໜຶ່ງກໍ່ຖ້າເວົ້າຄວາມຈິງ ຫຼື ເຮັດໃຫ້ທຸກສິ່ງທຸກຢ່າງຢູ່ໃນໂລກແຫ່ງຄວາມຈິງຕັ້ງແຕ່ທຳອິດແລ້ວ ມັນກໍ່ໝົດເລື່ອງທ່ານກໍ່ບໍ່ຕ້ອງເກັບຄວາມຈິງໄວ້ໃນຄວາມລັບ ເປີດເຜີຍຄວາມຈິງ ເປີດເຜີຍຕົວຕົນທີ່ແທ້ຈິງ ໃຫ້ຄົນອື່ນຮັບຮູ້ຕັ້ງແຕ່ທຳອິດເລື່ອງລາວຄວາມສຳພັນ ທີ່ຕ້ອງມາແຕກຫັກ ພາຍຫຼັງທີ່ຄວາມຈິງຖືກເປີດເຜີຍ ມັນກໍ່ຈະບໍ່ເກີດຂຶ້ນດັ່ງຄຳທີ່ກ່າວໄວ້ວ່າ“ ຄວາມຈິງ…ເປັນສິ່ງບໍ່ຕາຍ ຄວາມລັບ…ບໍ່ມີໃນໂລກ ແຕ່ຄົນທີ່ເວົ້າຄວາມຈິງ ແລະ ຄົນທີ່ເປີດເຜີຍຄວາມລັບມັນຕ້ອງຕາຍ ” |
Facebook: www.facebook.com/ounchang.navone |